ການມີສ່ວນຮ່ວມທາງສັງຄົມ

ລາວ​ຮັກ​ກັນ...​ ຮ່ວມ​ແບ່ງປັນ ​ເພື່ອ​ສັງຄົມ

ໂຄງການຮ່ວມຮັບຜິິດຊອບຕໍ່ສັງຄົມ (Corporate Social Responsibility: CSR) ​ ທີ່​ບໍລິສັດ​ດໍາ​ເນີນ​ການ​ ​ເປັນ​ການ​ສ້າງ​ແບ​ຣນ​ ຂອງ​​ປີ​ໂຕຣ​ເທຣດ​ພາຍ​ໃຕ້​ແນວ​ຄິດ ​ທີ່​ເປັນ​ເອກກະລັກດ້ວຍການ​ສື່ສານ​ ກັບສັງຄົມ​ຜ່ານ​ກິດຈະກໍາ ​ເພື່ອ​ສ້າງ​ຄວາມ​ຮັບຜິດຊອບ​ ຕໍ່ສັງຄົມ​ຂອງ​ອົງ​ກອນ​​ ໂດຍ​ນັບ​ຕັ້ງ​ແຕ່​ກໍ່ຕັ້ງບໍລິສັດ,​ ປີ​ໂຕຣ​ເທຣດ​ມີຄວາມ​ມຸ່ງ​ໝັ້ນ ​​ແລະ​ ຕັ້ງ​ໃຈ​​ ທີ່​ຈະ​ສ້າງສັນສັງຄົມ​ລາວ ດ້ວຍ​ການ​ປະຕິບັດ​ຕົນ​ເປັນ​ຜູ້ໃຫ້​​ໂດຍ​ບໍ່​ຫວັງ​​ ຜົນ​ກໍາ​ໄລ​ຫຼາຍ​ໄປ​ກວ່ານັ້ນ​ ການ​ສ້າງ​ຄວາມສຸກ​ແກ່ສັງຄົ​ມ​ເຊັ່ນ: ​​ໂຄງການ​ຄວາມ​ຮັບຜິດຊອບ​ຕໍ່​ສັງຄົມ ​ທີ່​​ປີ​ໂຕຣ​ເທຣດ​ດໍາ​ເນີນ​ມາ​ຢ່າງ​ຕໍ່ເນື່ອງ.


ໂຄງການ​ຄາ​ລະວາ​ນການ​ກຸສົນ: Giving Warmth to Society Project

ໂຄງການ Giving Warmth to Society ປັນນ້ຳໃຈ​ຊ່ວຍເຫຼືອຜູ້ປະສົບໄພໜາວ ​ໃນເຂດຫ່າງໄກທົ່ວປະເທດ​ ໃນແຕ່ລະປີ​ ເຊີ່ງໃຊ້ງົບປະມານຫຼາຍຮ້ອຍລ້ານກີບ ​ເພື່ອດໍາເນີນກິດຈະກໍາສ້າງຄວາມ​ ຮັບຜິດຊອບຕໍ່ສັງຄົມ​ ເຊິ່ງໂຄງການຄາລະວານຊ່ວຍເຫຼືອ ຜູ້ປະສົບໄພໜາວ​ ນໍາຜ້າຫົ່ມມອບໃຫ້ປະຊາຊົນ ​ເພື່ອໃຫ້ພວກເຂົາໄດ້ຮັບຄວາມອົບອຸ່ນ​ ຢ່າງທົ່ວເຖິງ​ ແລະ ​ເທົ່າທຽມກັນ.

 

ໂຄງການປູກຕົ້ນໄມ້ທົດແທນ

ສປປ​ ລາວ​ ມີພື້ນທີ່ປ່າໄມ້​ຫຼາຍກວ່າ​ 11​ ລ້ານ​ ເຮັກຕາ​ ຫຼື​ ຄິດເປັນ​ 47%​ ຂອງພື້ນທີ່ທັງໝົດຂອງປະເທດ​ ນັບວ່າເປັນປະເທດ​ ທີ່ມີຄວາມອຸດົມສົມບູນທີ່ສຸດ ໃນພູມມິພາກອາຊຽນ​ ປີໂຕຣເທຣດ​ຄໍານຶງສະເໝີເຖິງຄວາມສໍາຄັນຂອງປ່າໄມ້ ​​ແລະ​​ ມີນະໂຍບາຍສະໜັບ​ສະໜູນ ການອະນຸລັກປ່າໄມ້ ​ເພື່ອຮັກສາຊັບພະຍາກອນທໍາມະຊາດ ອັນມີຄຸນຄ່າ​ໂຄງການປູກຕົ້ນໄມ້ ຂອງ​​ປີໂຕຣເທຣດ​​ຈຶ່ງຖືດຳເນີນມາເຖິງ​ 5​ ປີ ​ ຕິດຕໍ່ກັນແລ້ວ​ ໂດຍໄລຍະເວລາທີ່ຜ່ານມາໂຄງການ ໄດ້ຊ່ວຍ​ເພີ່ມພື້ນທີ່ສີຂຽວໃຫ້ແກ່ ສປປ​ ລາວ ​ໄດ້ອີກຫຼາຍກວ່າ ​800 ​ເຮັກຕາ.

ນອກຈາກນີ້​ ປີໂຕຣເທຣດ​ ຍັງໄດ້ສະໜັບສະໜູນກິດຈະກໍາ​ ເພື່ອສັງຄົມອີກຫຼາຍໂຄງການ​ ທັງໃນສ່ວນຂອງດ້ານກິລາ​, ດ້ານການ​ສຶກສາ​, ດ້ານສາທາລະນະສຸກ, ດ້ານຄົມມະນາຄົມ​ ແລະ​ ການຈາລະຈອນ.

ລາຄານໍ້າມັນ (25/04/2024)

-> ອ່ານຕໍ່