ກ່ຽວກັບເຮົາ

ພະລັງງານ ເພື່ອຊາດ ພະລັງງານ ເພື່ອການພັດທະນາ

ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ສ້າງຕັ້ງຂຶ້ນຈາກ ຄວາມມຸ່ງຫວັງຄວາມຕັ້ງໃຈ ແລະ ຄວາມປາດຖະໜາດີ ຂອງຜູ້ທີ່ກໍ່ຕັ້ງ ໃນການໃຫ້ບໍລິການສະຖານີ ບໍລິການນ້ຳມັນ ທີ່ມີມາດຕະຖານ ໃນລາຄາທີ່ເປັນທໍາໃຫ້ແກ່ປະຊາຊົນ ແລະ ໃຫ້ຄອບຄຸມທົ່ວທຸກ ພື້ນທີ່ຂອງປະເທດ ຫຼັງຈາກການສຳຫຼວດ ຕະຫຼາດນ້ຳມັນ ເບື້ອງຕົ້ນພົບວ່າ: ຊຸມຊົນໃນພື້ນທີ່ຫ່າງໄກ ປະສົບກັບຄວາມຫຍຸ້ງຍາກ ໃນການເຂົ້າເຖິງ ແຫຼ່ງພະລັງງານເຊື້ອໄຟ ອັນທີ່ເປັນປັດໃຈສໍາຄັນ ໃນການຂັບເຄື່ອນ ລະບົບເສດຖະກິດ ຂອງປະເທດ.

ບໍລິສັດ ​ ປີໂຕຣລ້ຽມ​ເທຣດດິ້ງ​ ລາວ​ ມະຫາຊົນ​ ບໍລິສັດ​ ໃນ​ເຄືອພົງສະຫວັນກຣຸບ​ ກໍ່ຕັ້ງຂຶ້ນ​​ເມື່ອວັນ​ທີ່​ 6 ​ເມ​ສາ​ 2008​ ດ້ວຍຕົ້ນທຶນ ຈົດ​ທະບຽນ 28,8 ພັນລ້ານກີບ ຖືເປັນ​ບໍລິສັດທີ່ ​ດໍາ​ເນີນ​ທຸລະກິດໃນ​ການ​ໃຫ້​ບໍລິ ການ​ນ້ຳມັນ​ທີ່​ຄົບ​ວົງຈອນ ແລະ ​ ​ລົງທຶນໂດຍຄົນລາວ ​ 100%​ ເປັນ​ແຫ່ງທໍາ​ອິດ ຂອງສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ​ລາວ..

ຕໍ່ມາບໍລິສັດໄດ້ເພິ່ມທຶນ​ເປັນ ​ 350 ​ ພັນລ້ານກີບ​ ຫຼື​ 45​​ ລ້ານໂດລາ ເມື່ອປີ 2013 ເພື່ອ​ຂະຫຍາຍ​ກິດຈະການໃຫ້​ສາມາດ ​ໃຫ້​ບໍລິການ​ນ້ຳມັນຄຸນ​ນະພາ​ບ ​ໃນ​ລາຄາ​ທີ່​ເປັນ​ທໍາ ແລະ ເຂົ້າ​ເຖິງ ທຸກພື້ນທີ່ໃນປະເທດ.


ຈາກນັ້ນໃນ​ປີ ​ 2014​ ບໍລິສັດໄດ້​ຈົດ​ທະບຽນ​ເປັນ​ບໍລິສັດ​ ມະຫາຊົນ​ ​ເມື່ອ​ວັນທີ່ ​​9​ ຕຸລາ​ 2014​ ​ແລະ​ ໄດ້ຈົດທະບຽນໃນ​​ ວັນ​ທີ່​​ 9 ​ທັນວາ ​2014 ​​​ເຂົ້າຕະຫຼາດ​ຫຼັກ​ຊັບ​ແຫ່ງ​ປະ​ເທດ​ລາວ ເພື່ອເປີດໂອກາດ​ໃຫ້ ​ມະຫາຊົນ​ຄົນ​ລາວ ​​ແລະ​ ຊາວ​ຕ່າງປະ​ເທດ​ໄດ້ ຮ່ວມລົງທຶນໃນບໍລິສັດ ເພື່ອສ້າງເສີມຄວາມ​ໝັ້ນຄົງ ດ້ານພະລັງງານ​ ແລະ​ ຮ່ວມມືກັນສ້າງອະນາຄົດ ອັນກ້າວ​ໄກຂອງລາວ ​ເຊິ່ງໃນຄັ້ງນັ້ນ​ ໄດ້ສ້າງປະຫວັດສາດໜ້າ​ໃໝ່ ໃນ​ຖານະ​ບໍລິສັດປະກອບ​ການ​ດ້ານ​ ພະລັງງານ​ເຊື້ອ​ໄຟ​ເອກະ​ຊົນ​ແຫ່ງ​ທໍາ​ອິດ​ ທີ່​ເຂົ້າສູ່​ຕະຫຼາດ​ຫຼັກ​ຊັບ​ແຫ່ງ​ປະ​ເທດ​ລາວອີກ​ດ້ວຍ.

ວິ​ໄສທັດ: ການ​ບໍລິການ​ຄົບ​ວົງ​ຈອນ... ສ້າງ​ໂອກາດ​ເຊື່ອມ​​ໂຍງ​ອາ​ຊຽນ


ການຈະ​ເປັນ​ບໍລິສັດຊັ້ນນໍາຂອງ​ປະ​ເທດ ​​ແລະ​ ພູມ​ມິ​ພາກ​ອາ​ຊຽນ​ຈໍາ​ເປັນ​ຢ່າງ​ຍິ່ງທີ່ ​ຕ້ອງ​ມີ​ເປົ້າໝາຍຂອງ​ບໍລິສັດທີ່​ຊັດ​ເຈນ​ ​ເພື່ອ​ໃຫ້​ມຸ່ງ​ໜ້າ​ໄປສູ່​ຄວາມ​ສໍາ​ເລັດ ​ບໍລິສັດ​ປີ​ໂຕຣລ້ຽມ​ເທຣດດິ້ງ​ລາວ​​ມະຫາຊົນ ​ໄດ້ກໍານົດ​ວິ​ໄສ​ທັດ​​ ຂອງ​ບໍລິສັດ​ຕັ້ງແຕ່​ເລີ່ມ​ກໍ່ຕັ້ງບໍ​ລິສັດ​ວ່າ:

ເປັນ​ບໍລິສັດ​ຊັ້ນນໍາ​ ທາງ​ດ້ານ​ພະລັງງານ​ເຊື້ອ​ໄຟ ທີ່​ຄົບ​ວົງ​ຈອນ​ດ້ານ​ຜະລິດ​ຕະພັນ ປີ​ໂຕຣລ້ຽມ​​ໃນ​ ສປປ​ລາວ​​ ແລະ​​ ເຊື່ອມ​ໂຍງ​ການ​ຄ້າ​ ໃນ​ລະດັບ​ອາ​ຊຽນ​​ ພາຍ​ໃນ​ປີ​ 2015.
 

ດ້ວຍ​ພາລະກິດ...



• ສ້າງ​ທຸລະ​ກິດ​ພະລັງງານ​ເຊື້ອໄຟ​ ຂອງ​ເອກະ​ຊົນ​ລາວ​ທີ່ຄົບ​ວົງ​ຈອນ.
• ເປັນ​ທີ່​ຍອມຮັບ​​ ແລະ​​ ເຊື່ອ​ໝັ້ນ​ຂອງ​ສັງ​ຄົມ.
• ສາມາດ​ເຊື່ອມ​ໂຍງ​ການ​ຄ້າ​ໃນ​ລະດັບ​ພູມ​ມິ​ພາກ.
• ສ້າງ ແລະ ແບ່ງປັນຜົນປະໂຫຍດຕໍ່ຜູ້ທີ່ມີສ່ວນກ່ຽວຂ້ອງ ແລະ ສັງຄົມ.

ໂດຍ​ມີ​ 2 ​ກຸນ​ແຈ ​ສໍາຄັນສູ່​ຄວາມ​ສໍາ​ເລັດ​ຄື:

• ຄວາມ​ເຊື່ອ​ໝັ້ນ​ຂອງ​ຜູ້​ບໍລິ​ໂພ​ກ​​ ແລະ​ ຄູ່​ຄ້າ​ທາງ​ທຸລະ​ກິດ.
• ຄວາມ​ເປັນ​ມື​ອາຊີບ​ທາງ​ດ້ານ​ການ​ບໍລິຫານ,​ ບໍລິການ,​ ນະວັດຕະ​ກໍາ​​​ ແລະ​​ ເຕັກ​ໂນ​ໂລ​ຊີ​ທີ່​ເໝາະ​ສົມ​ກັບ​ຍຸກ​ສະໄໝ.

ລາຄານໍ້າມັນ (25/04/2024)

-> ອ່ານຕໍ່