ກ່ຽວກັບເຮົາ

ຄວາມ​ສໍາ​ເລັດ ​​ແລະ ​ເປົ້າໝາຍ​ສໍາຄັນ​ຂອງ​ອົງ​ກອນ

2008:

• ກໍ່ຕັ້ງບໍລິສັດ​ຂອງ​ຄົນ​ລາວ ​100% ​ດ້ວຍ​ທຶນ​ຈົດ​ທະບຽນ ​28,8​ ພັນ​ລ້ານ​ກີບ.

2009:

• ເປີດ​ສະ​ຖາ​ນີບໍລິການນ້ຳມັນ​ແຫ່ງ​ທໍາ​ອິດ​ໃນ​ຊື່ ​PLUS​1​​ ທີ່​ນະຄອນຫຼວງ​ວຽງຈັນ.
• ເປີດ​ໃຫ້​ບໍລິການ​ສາງນ້ຳມັນ​ແຫ່ງ​ທໍາ​ອິດ ​8​​ ແສນ​ລິດ​​ ທີ່​ແຂວງ​ສະຫວັນ​ນະ​ເຂດ.

2010:

• ໄດ້​ຮັບ​ການ​ຮັບຮອງ​ຄຸນ​ນະພາ​ບມາດຕະຖານ​ຈາກ​ United Kingdom Accreditation Service (UKAS) ໄດ້​ແກ່ ISO 9001: 2008, ISO 14001: 2004 ແລະ  OHSAS 18001: 2007.
• ເປີດ​ໃຫ້​ບໍລິການ​ສາງ​ນ້ຳມັນ​ບັນຈຸ ​1,12​ ລ້ານ​ລິດ ​ທີ່​ນະຄອນຫຼວງ​ວຽງ​ຈັນ ແລະ ​​ເມືອງ​ເງິນ ​ແຂວງ​​ໄຊຍະ​ບູລີ​ ບັນຈຸ​ 7 ​​ແສນ​ລິດ.

2011:

• ​ເພີ່ມທຶນ​ຈົດ​ທະບຽນ​ເປັນ​ 75,60 ​ພັນ​ລ້ານ​ກີບ.
• ເປີດ​ສະຖານີ​ບໍລິການນ້ຳມັນ​ PLUS Gold​​ ແຫ່ງ​ທໍາ​ອິດ ​ທີ່​ນະຄອນຫຼວງ​ວຽງ​ຈັນ.
• ບໍລິສັດມີ​ສັດສ່ວນ​ການ​ຕະຫຼາດຄ້ານ້ຳມັນເປັນອັນ​ດັບ ​2 ​​ໃນ ​ສປປ​ ລາວ.

2012:

• ເປີດ​ສະຖານີ​ບໍລິການນ້ຳມັນ PLUS Platinum ແຫ່ງ​ທໍາ​ອິດ​ທີ່​ນະ​ຄອນ​ຫຼວງ​ວຽງຈັນ.
• ເປີດ​ໃຫ້​ບໍລິການ​ບັດ​ເຕີມ​ນ້ຳມັນແທນ​ເງິນສົດ​ (​Fleet Card)​ ລາຍ​ທໍາ​ອິດ​ຂອງ​ຜູ້​ຄ້ານ້ຳມັນ​ ໃນ​ ສປປ​ ລາວ.

2013:

• ເພີ່ມທຶນ​ຈົດ​ທະບຽນ​ເປັນ​ 350 ພັນ​ລ້ານ​ກີບ.

2014:

• ເຂົ້າຮ່ວມ​ເປັນ​ສະ​ມາ​ຊິກ Lao Petroleum and Gas Association.
• ເຂົ້າຕະຫຼາດ​ຫຼັກ​ຊັບ​ເປັນ​ບໍລິ​ສັດ​ເອກະ​ຊົນ​​ ແຫ່ງ​ທໍາ​ອິດ​ຂອງ​ ສປປ ​ລາວ ​​ເພື່ອ​ລະດົມ​ທຶນ​ ແລະ​ ເພີ່ມທຶນ​ຈົດ​ທະບຽນ​ເປັນ​​ 470 ​ພັນລ້ານ​ກີບ.

2015:

• ເພີ່ມການ​ລົງທຶນໃນ​ຕະຫຼາດອາ​ຊຽນປະມານ​ 500​ ລ້ານ​ກີບ.
• ໄດ້​ຮັບ​ການ​ຮັບຮອງ​ຄຸນ​ນະພາ​ບມາດຕະຖານ​ສາກົນຈາກ United Kingdom  Accreditation Service (UKAS) ໄດ້​ແກ່ ISO 9001: 2015,  ISO 14001: 2015 ​ແລະ OHSAS 18001: 2015.
• ໄດ້​ຮັບ​ລາງວັນ Platinum Membership Award 2015 ຂອງ ISO  ຈາກ​ບໍລິສັດ SGS ຈໍາກັດ​ບໍລິສັດ​ດ້ານ​ການກວດ​ສອບ​ກວດ​ພິສູດ​​ ແລະ ​ ຮັບຮອງ​ມາດຕະຖານ​ລະດັບ​ໂລກ.

2018:

• ລວມຈໍານວນ​ເງິນ​ລົງທຶນ​ໃນ​ຕ່າງປະ​ເທດຊ່ວງປີ​ 2014 - 2018​ ປະມານ 2​ ພັນ​ລ້ານ​ກີບ.

 

ໂຄງ​ສ້າງ​ການ​ບໍລິຫານ​ອົງ​ກອນ​ ​ບໍລິສັດ ​ປີ​ໂຕຣລ້ຽມ​ເທຣດດິ້ງ ​ລາວ ​​ມະຫາຊົນ

ລາຄານໍ້າມັນ (25/04/2024)

-> ອ່ານຕໍ່