ຜະລິດຕະພັນ & ການບໍລິການ

ສະຖານີ​ບໍລິການນ້ຳມັນ​​: ​ເຕີມພະລັງງານ​ລົດ ​​ເພີ່ມພະລັງຄົນ


ປີ​ໂຕຣ​ເທຣດ​​ເຂົ້າເຖິງ​ປະຊາຊົນ​ທຸກ​ພື້ນ​ທີ່ ໃນ ສປປ​ ລາວ ​ດ້ວຍ​ຄວາມ​ພິ​ຖີພິຖັນ​​ ແລະ ​​ໃສ່​ໃຈ​ທີ່​ຈະ​ໃຫ້​ບໍລິການ​ນ້ຳມັນທີ່​ມີ​ຄຸນ​ນະພາ​ບສູງ​​ ແກ່​ທຸກ​ຄົນ​ຢ່າງ​ເທົ່າ​ທຽມ ​ຜ່ານ​ສະຖານີ​ບໍລິການ​ນ້ຳມັນ​ຂອງ​​ ປີ​ໂຕຣ​ເທຣດ​​ ທີ່ໄດ້​ຮັບ​ການ​ອອກ​ແບບ​ເປັນ​ຢ່າງ​ດີ​​ ເພື່ອ​ໃຫ້​ມີ​ຄວາມ​ສອດ​ຄ່ອງ​ເໝາະ​ສົມ​​ ກັບ​ພື້ນ​ທີ່ບໍລິ​ເວນ​ອ້ອມ​ຂ້າງ​ ສະຖານີ​ບໍລິການນ້ຳມັນ, ​​ໄລຍະ​ຫ່າງ​ຈາກ​ຖະໜົນ​​ ແລະ ​ປັດ​ໃຈ​ອື່ນໆ ​ທີ່ຈະ​ຊ່ວຍເພີ່ມປະສິດ​ທິ​ພາບ ໃນ​ການ​ໃຫ້​ບໍລິການ​ ແລະ ​ອໍານວຍ​ຄວາມ​ສະດວກ​​ ແກ່​ຜູ້​ໃຊ້​ບໍລິການ​ຫຼາຍ​ທີ່​ສຸດ​​ໂດຍ​ ປະຈຸ​ບັນ​ປີ​ໂຕຣ​ເທຣດ ​​ແບ່ງ​ປະ​ເພດ​ສະຖານີ​ບໍລິການນໍ້າມັນ ອອກ​ເປັນ​ 4​ ປະ​ເພດ​​ໄດ້​ແກ່​ ສະຖາ​​ນີບໍລິການນໍ້າມັນ​ PLUS Platinum ສະຖາ​​ນີ​ ບໍລິການນ້ຳມັນ ​PLUS Gold ສະຖາ​​ນີບໍລິການນ້ຳມັນ PLUS Standard  ແລະ​ ສະຖາ​​ນີບໍລິການນ້ຳມັນ PLUS ທ້ອງຖິ່ນພັດທະນາ..


ສະຖານີ​ບໍລິການນ້ຳມັນ PLUS Platinum (PTN)

ສະຖານີ​ບໍລິການນ້ຳມັນ PLUS Platinum ມີ​ຂະໜາດ 60 x 80 ຕາ ​ແມັດ ​ ມີ​ສະຖານີ​ຈ່າຍ​ນ້ຳມັນ​ 6​ ຕູ້​​ຈ່າຍ​ ​ເຊິ່ງ​ຮອງ​ຮັບ​ການ​ຕື່ມ​ນ້ຳມັນ​​ ໄດ້​ພ້ອມ​ກັນ​ເຖິງ​ 28 ​ຫົວ​ຈ່າຍ.

ພາຍໃນ​ສະຖາ​ນີຍັງ​ອອກ​ແບບ ໃຫ້ເປັນສູນໃຫ້​ບໍລິການ​ນ້ຳມັນ​​ ຄົບ​ວົງ​ຈອນ​​ ແລະ ​ຈຸດ​ນັດ​ພົບ​ຂອງ​ຄົນ​ເມືອງ​ ດ້ວຍ​ຮ້າ​ນສະດວກ​ຊື້​ PLUS Daily Mart, ​ສູນ​ບໍລິການ​ລ້າງ​ ແລະ​ ດູ​ແລ​ບໍາລຸງ​ຮັກ​ສາລົດ Moly Care ລວມທັງ​ມີ​ຮ້ານ​ອາຫານ​​ ແລະ​​ ເຄື່ອງ​ດຶ່ມ,​ ຕູ້​ເອທີ​ເອັມ​​ ແລະ​ ຕົ້ນ​ແບບ​ຂອງ​ ສະຖານີ​ບໍລິການນ້ຳມັນ Life Station ເພື່ອຕອບສະໜອງຄວາມຕ້ອງການ​ ຂອງລູກຄ້າໃນອະນາຄົດອີກດ້ວຍ.


ສະຖານີ​ບໍລິການນ້ຳມັນ PLUS Gold (GLD)

ສະຖານີບໍລິການນ້ຳມັນ​ PLUS Gold ເປັນສະຖານີບໍລິການນ້ຳມັນ​ທີ່ມີພື້ນທີ່ຫຼາຍກວ່າ 50 x 60 ຕາ​ແມັດ​ ມີ ​ 4​ ຕູ້​ຈ່າຍ​ ເຊິ່ງຮອງຮັບການ​ຈ່າຍນ້ຳມັນໄດ້​ 12 ​ຫົວຈ່າຍ​ໄດ້ພ້ອມກັນ.

ສະຖານີບໍລິການນໍ້າມັນ PLUS Gold ເປີດໃຫ້ບໍລິການສໍາລັບ​ໃນຕົວເມືອງ​ ໂດຍອອກແບບໃຫ້ ມີຄວາມທັນສະໄໝ ​ມີເອກກະລັກສາມາດ​ກໍ່ສ້າງໄດ້ວ່ອງໄວ​ ແລະ​ ປອດໄພ​ ເຖິງວ່າ ຈະມີພື້ນທີ່ໃຫ້ບໍລິການທີ່ຈໍາກັດ ກວ່າສະຖານີບໍລິການນ້ຳມັນ​ PLUS Platinum ແຕ່ພາຍໃນສະຖານີ ມີ​ສິ່ງອຳນວຍຄວາມສະດວກ ທີ່ຄົບວົງຈອນ​ເຊັ່ນດຽວກັນ​ຄື ​ຮ້ານສະດວກຊື້ ແລະ ​ສູນບໍລິການລ້າງລົດ​ເປັນຕົ້ນ.


ສະຖານີ​ບໍລິການນ້ຳມັນ PLUS Standard (STD)

ສະຖານີບໍລິການນ້ຳມັນ​ PLUS Standard ມີພື້ນທີ່ຂະໜາດ​ 40 x 50​ ຕາແມັດ​ ມີ​ 6​ ຕູ້​ຈ່າຍ​ ເຊິ່ງຮອງຮັບການຈ່າຍນ້ຳມັນໄດ້​ 14 - 16​ ຫົວຈ່າຍ ໄດ້ພ້ອມກັນ​ ດັ່ງ ນັ້ນ ຈຶ່ງສາມາດໃຫ້ບໍລິການ ໃນພື້ນທີ່ຕິດກັບ​ ຖະໜົນຫຼັກ ​ແລະ ​ໃກ້ຄຽງເຂດກາງເມືອງ ​ນັບວ່າເປັນສະຖານີບໍລິການນ້ຳມັນ​ ມາດຕະຖານຂອງ​ປີໂຕຣເທຣດ​ ໂດຍ​ປີໂຕຣເທຣດ​ ເປັນເຈົ້າຂອງສະຖານີ ​ບໍລິການນໍ້າມັນ​ ຂະນະທີ່ຜູ້ລົງທຶນຮ່ວມ ເປັນຜູ້ບໍລິຫານສະຖານີບໍລິການ​ນ້ຳມັນ​ ຫຼື ​ ເອີ້ນການບໍລິຫານງານໃນລັກສະນະນີ້ວ່າ: ລະບົບ​ Company Own Distributor Operation (CODO).


ສະຖານີ​ບໍລິການນ້ຳມັນ PLUS ທ້ອງຖິ່ນພັດທະນາ (THN)

ສະຖານີບໍລິການນໍ້າມັນ​ PLUS​ ທ້ອງຖິ່ນພັດທະນາ​ ມີພື້ນທີ່​ ຂະໜາດ​ 15 x 20​ ຕາແມັດ​ແລະ​ມີ ​2​ ຕູ້ຈ່າຍ, ​ເປັນສະຖານີບໍລິການນ້ຳມັນ​ ທີ່ອອກແບບຂຶ້ນ ເພື່ອໃຫ້ບໍລິການປະຊາຊົນ ທີ່ຢູ່ໃນພື້ນທີ່ຫ່າງໄກ​ ແລະ​ ຖືວ່າເປັນສະຖານີບໍລິການນໍ້າມັນ ຮູບແບບທໍາອິດຂອງບໍລິສັດ ນັບຕັ້ງແຕ່​ ເປີດໃຫ້ບໍລິການສະຖານີບໍລິການນໍ້າມັນ ຕາມປະນິພານຂອງຜູ້ສ້າງຕັ້ງ​ ບໍລິສັດ​ທີ່ຕ້ອງການໃຫ້ປະຊາຊົນ ໄດ້ໃຊ້ນ້ຳມັນທີ່ມີຄຸນນະພາບ ໃນລາຄາທີ່ຍຸດຕິທໍາ.


ຈໍານວນສະຖານີບໍລິການນ້ຳມັນຂອງ​ປີໂຕຣເທຣດ ໃນ​ປີ​2014

ລວມທັງໝົດ 138 ສະຖານີ

ລາຄານໍ້າມັນ (25/04/2024)

-> ອ່ານຕໍ່