ກ່ຽວກັບເຮົາ

ໃບຢັ້ງຢືນ ແລະ ລາງວັນ

ການກວດ​ສອບ​ຄຸນ​ນະພາ​ບນ້ຳມັນ​ ດ້ວຍ​ຫ້ອງ​ແລັບ​ທັນ​ສະ​ໄໝ​ ​​ທີ່​ໄດ້​ຮັບຮອງຄຸນ​ນະພາ​ບ​ ISO 9001: 2015 ISO 14001: 2015 ແລະ OHSAS 18001: 2015  ໂດຍ​ເປັນ​ບໍລິສັດ​ ເອກະ​ຊົນ​ດ້ານ ​ປີ​ໂຕຣລ້ຽມ​ ​ແຫ່ງ​ທີ່ 2 ​ຂອງ​ປະ​ເທດ​ ທີ່​ມີ​ຫ້ອງ​ແລັບກວດ​ສອບ​ຄຸນ​ນະພາ​ບນ້ຳມັນ.

ISO 9001: 2015 ເປັນ​ລະບົບຄຸນ​ນະພາ​ບທີ່​ໃຊ້​ໃນອົງ​ກອນ​ຂອງ​​ ຜູ້​ສົ່ງ​ມອບ (Supplier) ຫຼື​ ຜູ້​ຜະລິດ (Manufacturer) ຫຼື​ ຜູ້​ໃຫ້​ບໍລິການ.

ISO 14001: 2015 ເປັນ​ລະບົບ​ການ​ຈັດການ​ສິ່ງ​ແວດ​ລ້ອມ​ ເພື່ອ​ສ້າງ​ໃຫ້​ເກີດ​ການ​ຄໍາ​ນຶງ ​​ແລະ ​ໃຫ້ຄວາມ​ສໍາຄັນ​ຂອງ​ການຈັດ​ສັນ​​ສິ່ງ​ແວດ​ລ້ອມ ​ການ​ພັດທະນາ​ສິ່ງ​ແວດ​ລ້ອມ​ ຄວບ​ຄູ່ ​ກັບ​ການ​ພັດທະນາ​ ເສດຖະກິດ​ດ້ວຍ​ມຸ່ງ​ເນັ້ນ ການ​ປ້ອງ​ກັນ​ມົນ​ລະ​ພິດ​​ ແລະ​ ການ​ປັບປຸງ​​ສິ່ງ​ແວດ​ລ້ອມ ​ໃຫ້​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.

OHSAS 18001: 2015 ເປັນ​ຂໍ້ກໍານົດລະບົບ​ການ​ຈັດການ​​ ຄວາ​ມສະອາດ​​ ແລະ​ ຄວາມ​ປອດ​ໄພ (Occupational Health and Safety Management System) ເພື່ອ​ໃຫ້​ອົງ​ກອນ​ສາມາດ​ຄວບ​ຄຸມ​ ຄວາມ​ສ່ຽງດ້ວຍ​ຄວາມ​ສະອາດ​​ ແລະ​ ຄວາມ​ປອດ​ໄພ​ລວມ​ເຖິງ​ພະນັກງານ​ ທັງ​ພະນັກງານ​ສັນຍາ​ຈ້າງ​ຜູ້ຮັບ​ເໝົາ​ລູກ​ຄ້າ​ ຫຼື ບຸກຄົນ​ອື່ນໆ ໃນ​ສະຖານທີ່ເຮັດ​ວຽກ.

ລາຄານໍ້າມັນ (25/04/2024)

-> ອ່ານຕໍ່