ການລົງທຶນ

ອະນາຄົດຂອງ​ປີໂຕຣເທຣດ

ປີໂຕຣເທຣດ​ຄໍານຶງເຖິງ ໂອກາດໃນອະນາຄົດຂອງບໍລິສັດ ທ່າມກາງ​ການແຂ່ງຂັນ ທາງເສດຖະກິດທີ່ສູງຂຶ້ນ​ ຫຼັງຈາກການເຂົ້າສູ່ປະຊາຄົມອາຊຽນ​ ຫຼື ​ ເອອີຊີ ​ ແລະ​ ແນວໂນ້ມການໃຊ້ພະລັງງານ ພາຍໃນປະເທດທີ່ສູງຂຶ້ນ ເພື່ອຜັກດັນໃຫ້ເສດຖະກິດເຕີບໂຕ ໄປຕາມເປົ້າທີ່ກໍານົດໄວ້ ​​ຕາມວິໄສທັດ​ນະໂຍບາຍ ຂອງລັດຖະບານ​ ສປປ​ ລາວ​ ໃຫ້ ປ່ ຽນຈາກ Land Locked ເປັນ​ Land Linked ນອກຈາກນີ້ພຶດຕິກໍາຂອງຜູ້ບໍລິໂພກ ໃນຍຸກປະຈຸບັນ ກໍ່ປ່ຽນໄປ​ບໍລິສັດຜູ້ຄ້ານ້ຳມັນ ຈຶ່ງຕ້ອງປັບຕົວ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ​ນໍາໄປສູ່ຄວາມສໍາເລັດ ຂອງບໍລິສັດຕໍ່ໄປ.

*ແຜນການລົງທຶນຕາມແຜນຍຸດທະສາດບໍລິສັດປີ 2014

 

ສະຖານີບໍລິການນ້ຳມັນ​ຈຸດພັກລົດ ​-​ ຈຸດນັດພົບ

ປີໂຕຣເທຣດ​ ຕັ້ງເປົ້າໝາຍຂະຫຍາຍ ສະຖານີບໍລິການນ້ຳມັນ​ທັງພາຍໃນ​ ແລະ ຕ່າງປະເທດ​ໂດຍສະເພາະຢ່າງຍິ່ງ​ ໃນລະດັບ PLUS Platinum ເຊິ່ງໃຫ້ບໍລິິການທັງນໍ້າມັນ,​ ຮ້ານສະດວກຊື້,​ ຮ້ານອາຫານ, ​ຮ້ານກາເຟ​ ແລະ ​ສູນບໍລິການລ້າງ​ ແລະ​ ບໍາລຸງຮັກສາລົດ​ຈາກ​ 4 ​ສາຂາ​ ເປັນ​ 50 ​ສາຂາ​ພາຍໃນປີ ​ 2018​ ອັນຈະຊ່ວຍເພີ່ມມູນຄ່າ ໃຫ້ແກ່ສະຖານີບໍລິການນໍ້າມັນ​ ແລະ​ ຊ່ວຍເຕີມເຕັມ ຄວາມຕ້ອງການຂອງລູກຄ້າ​ ທັງໃນດ້ານການເປັນສະຖານີ ບໍລິການນໍ້າມັນ​ ເປັນຈຸດພັກລົດ​ ແລະ​ ຈຸດນັດພົບຂອງທຸກຄົນ.

ສ່ວນສະຖານີບໍລິການນໍ້າມັນໃນລະດັບອື່ນໆ​ ຈະຂະຫຍາຍສາຂາທົ່ວປະເທດເພີ່ມອີກ​​ 250 - 300 ​ສາຂາ.

 

ແຜນການດໍາເນີນງານ ຂະຫຍາຍສະຖານີ ບໍລິການນ້ຳມັນພາຍໃນປະເທດ 2015 - 2018

 

ຂະຫຍາຍລູກຄ້າໂຄງການ​ ສ້າງສາຍສໍາພັນເສດຖະກິດ

ສໍາລັບລູກຄ້າໂຄງການຕ່າງໆ ຂອງລັດຖະບານ​ ແລະ​ ເອກະຊົນ​ເຊັ່ນ:​ ໂຄງການກໍ່ສ້າງເຂື່ອນໄຟຟ້າ​ ໂຄງການກໍ່ສ້າງເສັ້ນທາງ​ ແລະ ​ໂຄງການອື່ນໆ​ ຕະຫຼອດຈົນກຸ່ມລູກຄ້າ ໂຮງງານອຸດສາຫະກໍາ, ​ບໍລິສັດ​ ເອກະຊົນ​ ແລະ​ ຜູ້ຄ້າລາຍຍ່ອຍອື່ນໆ ​ປີໂຕຣເທຣດ​ວາງເປົ້າດັ່ງນີ້​:

ແຜນການຂະຫຍາຍລູກຄ້າ ໂຄງການພາຍໃນປະເທດ 2015-2018

 

ເອອີຊີ... ເຊື່ອມໂຍງລາວຈາກ Land Locked ສູ່ Land Linked

ດ້ານການດໍາເນີນງານ ເພື່ອບຸກຕະຫຼາດໃນພູມມິພາກອາຊຽນ​ ນອກຈາກການຍົກລະດັບ ສະຖານີບໍລິການນໍ້າມັນຂອງ​ ປີໂຕຣເທຣດ​ ໃຫ້ເຂົ້າເຖິງພື້ນທີ່ຕ່າງໆ​ ໃນປະເທດຢ່າງຄອບຄຸມ​ ແລະ​ ນໍາສະເໜີ​ ບໍລິການທີ່ທັນສະໄໝ​ ແລະ​ ອໍານວຍຄວາມສະດວກ ແກ່ລູກຄ້າທຸກລະດັບ​ ປີໂຕຣເທຣດ​ ຍັງມີແຜນການລົງທຶນ ໃນປະເທດອື່ນໆ​ດ້ວຍ.

ແຜນການລົງທຶນ ໃນປະເທດໃນພູມມິພາກອາຊຽນ

 

ແຜນການດໍາເນີນງານໃນອະນາຄົດ 2014-2018

 

 

ລາຄານໍ້າມັນ (25/04/2024)

-> ອ່ານຕໍ່